FOUNDATION · ຮຸ່ນທີ 5 · 15–16 ມັງກອນ 2027

ຈາກສູນ ສູ່ລະບົບ AI ຂອງທຸລະກິດຕົນເອງ

15–16 ມັງກອນ 2027 · 09:00–17:00 · ໂຮງແຮມ Amari ວຽງຈັນ · ຮັບພຽງ 30 ທ່ານ
ສອງມື້ ລົງມືສ້າງລະບົບກັບທຸລະກິດຂອງທ່ານເອງ ທ່າມກາງຜູ້ປະກອບການທີ່ກ້າວໄປດ້ວຍກັນ

Early Bird ລົງທະບຽນກ່ອນວັນທີ 1 ມັງກອນ 2027 ເຫຼືອທ່ານລະ 5,225,000 ກີບ
ມາພ້ອມກັນ 2 ທ່ານຂຶ້ນໄປ ໃນຊ່ວງ Early Bird ເຫຼືອທ່ານລະ 4,950,000 ກີບ

ABOUT

ເປັນຫຍັງຈຶ່ງມີຫຼັກສູດນີ້

ທ່ານສ້າງທຸລະກິດມາດ້ວຍປະສົບການຈິງ ທຸກບົດຮຽນ ທຸກການຕັດສິນໃຈ ຢູ່ໃນຕົວທ່ານ ແລະ ນັ້ນຄືເຫດຜົນ ທີ່ທຸກເລື່ອງຍັງຕ້ອງວົນກັບມາຫາທ່ານ

ຄວາມຮູ້ຢູ່ໃນຫົວເຈົ້າຂອງ ຂໍ້ມູນກະຈັດກະຈາຍຢູ່ໃນແຊັດ ແລະ ໃນໄຟລ໌ ທີມງານຍັງບໍ່ເຫັນພາບດຽວກັນກັບທ່ານ ແຜນວາງໄວ້ດີ ແຕ່ບໍ່ຄືບໜ້າ ບໍ່ແມ່ນຍ້ອນທ່ານເຮັດວຽກບໍ່ໜັກພໍ ແຕ່ຍ້ອນຍັງບໍ່ມີລະບົບຮອງຮັບ

ແລ້ວຈະເປັນແນວໃດ ຖ້າປະສົບການທັງໝົດນັ້ນ ເຮັດວຽກແທນທ່ານໄດ້

ສອງມື້ນີ້ບໍ່ໄດ້ພາໄປຮູ້ຈັກເຄື່ອງມືຫຼາຍຕົວ ແຕ່ພາຕິດຕັ້ງລະບົບດຽວທີ່ໃຊ້ໄດ້ແທ້ ທ່ານເອົາວຽກຄ້າງຂອງທຸລະກິດຕົນເອງມາ ແລ້ວເຮັດໃຫ້ສຳເລັດໃນຫ້ອງ ໂດຍມີທີ່ປຶກສາຢູ່ຄຽງຂ້າງຕະຫຼອດການລົງມື

ກ່ອນຮຽນ

ທຸກເລື່ອງ
ຕ້ອງຜ່ານຕົວທ່ານ

ວຽກລົ້ນມື ຈົນບໍ່ມີເວລາຄິດເລື່ອງໃຫຍ່ ບໍ່ມີເວລາພົບລູກຄ້າ ບໍ່ມີເວລາດູແລຄູ່ຮ່ວມທຸລະກິດ ແລະ ໂອກາດໃໝ່ ກໍຜ່ານໄປຕໍ່ໜ້າຕໍ່ຕາ

ຫຼັງຮຽນ

ທຸລະກິດຂະຫຍາຍໄດ້
ໂດຍທ່ານບໍ່ຕ້ອງແບກໜັກຂຶ້ນ

ທ່ານຍັງເປັນຜູ້ຕັດສິນໃຈ ແຕ່ໄດ້ເວລາກັບຄືນມາ ໄປພົບລູກຄ້າ ໄປສ້າງພັນທະມິດ ໄປຢູ່ກັບຄອບຄົວ

WHAT YOU LEARN

ທ່ານຈະໄດ້ຮຽນຮູ້ຫຍັງແດ່

ບໍ່ຕ້ອງມີພື້ນຖານຂຽນໂຄ້ດ

1

ສະໝອງທີສອງຂອງທຸລະກິດ

ປ່ຽນສິ່ງທີ່ທ່ານຮູ້ ໃຫ້ກາຍເປັນຄັງຄວາມຮູ້ ທີ່ທີມງານຄົ້ນຫາໄດ້ ໃຊ້ຕໍ່ໄດ້ ແລະ ທັນສະໄໝຂຶ້ນທຸກມື້

ປະສົບການວິທີຄິດຂໍ້ມູນລູກຄ້າບົດຮຽນ
2

ຂໍ້ມູນໄຫຼເຖິງທຸກຝ່າຍ

ເມື່ອມີຂໍ້ມູນ ຫຼື ແຊັດເຂົ້າມາ AI ສົ່ງຕໍ່ໃຫ້ທຸກຝ່າຍທັນທີ ທຸກຝ່າຍເຫັນຂໍ້ມູນຊຸດດຽວກັນ ແລະ ເຮັດວຽກເຊື່ອມຕໍ່ກັນໄດ້ເອງ

ການເງິນລູກຄ້າປະຕິບັດການຈັດສົ່ງຜະລິດ
3

ທີມ AI Agent ດ້ານການຕະຫຼາດ

ເຮັດວຽກຈາກສະໝອງຂອງທຸລະກິດທ່ານ ແລະ ຕໍ່ຍອດເປັນເຄື່ອງມືສະເພາະຂອງອົງກອນທ່ານເອງ

ສຶກສາຄູ່ແຂ່ງສຳຫຼວດຕະຫຼາດວິເຄາະ Product-Market Fitຄິດແຄມເປນຂຽນ Content
4

Learning Loop · ວົງຈອນການຮຽນຮູ້

ທຸກວຽກທີ່ເຮັດ ລະບົບຈະເກັບບົດຮຽນກັບເຂົ້າສະໝອງ ແລ້ວເກັ່ງຂຶ້ນທຸກຮອບ

ລົງມືເຮັດວັດຜົນເກັບບົດຮຽນປັບໃຫ້ດີຂຶ້ນ
5

AI ຮຸ່ນໃໝ່ມາເມື່ອໃດ ກໍເຊື່ອມຕໍ່ OS ເດີມໄດ້ທັນທີ

ຄວາມຮູ້ບໍ່ຫາຍ ບໍ່ຕ້ອງເລີ່ມຕົ້ນໃໝ່

AGENDA

ເນື້ອໃນໂດຍຫຍໍ້

ມື້ທີ 1 Second Brain ແລະ ທຸລະກິດຂອງທ່ານ · ມື້ທີ 2 ຈາກຕົວທ່ານ ສູ່ທັງອົງກອນ

1
ມື້ 1

Foundation AI

What AI · Why AI · ທຸກຄົນໃຊ້ AI ໄດ້ ແຕ່ແມ່ນຫຍັງເຮັດໃຫ້ຜົນລັບຕ່າງກັນ · ຂັ້ນໄດ 5 ຂັ້ນຂອງການໃຊ້ AI

2
ມື້ 1

ຮູ້ຈັກເຄື່ອງມື AI

Interface · Model · AI Tool · Skill · Connector · Plugin · Artifact ແຕ່ລະອັນແມ່ນຫຍັງ ແລະ ໃຊ້ເມື່ອໃດ

3
ມື້ 1 · Workshop 1

Second Brain ແລະ AI OS

ຕິດຕັ້ງ AI OS · ຂຽນ Instruction · ສ້າງ Agent ແລະ Sub Agent

4
ມື້ 1 · Workshop 2

Dashboard ຈາກ Excel ຂອງທ່ານ

ເລີ່ມຈາກເລື່ອງທີ່ຕ້ອງຕັດສິນໃຈ ບໍ່ແມ່ນເລີ່ມຈາກກຣາຟ

5
ມື້ 1 · Workshop 3

ກວດກຳໄລ ແລະ ເງິນສົດ

ກຳໄລ ບໍ່ແມ່ນເງິນສົດ ເບິ່ງຕົວເລກ 3 ຢ່າງທີ່ທ່ານຕ້ອງຮູ້

6
ມື້ 1 · Workshop 4

AI Board ແລະ Second Brain 3D

ໃຫ້ AI ຫຼາຍບົດບາດມາຖົກຖຽງກັນ ເພື່ອຊອກຫາຈຸດອ່ອນຂອງການຕັດສິນໃຈ · ເບິ່ງ Second Brain ຂອງທ່ານເປັນພາບ 3D

7
ມື້ 1 · Workshop 5

ແຜນປີ 2027 ໜ້າດຽວ

ເປົ້າໝາຍ 1 ຢ່າງ · ເລື່ອງສຳຄັນ 3 ຢ່າງ · ຕົວເລກທີ່ຕິດຕາມທຸກອາທິດ

8
ມື້ 1 · Workshop 6

ໜ້າເວັບ ຫຼື Landing Page

ແຕ່ລະໜ້າ ມີເປົ້າໝາຍດຽວ: ລູກຄ້າ 1 ກຸ່ມ · ຂໍ້ສະເໜີ 1 ຢ່າງ · ປຸ່ມ 1 ປຸ່ມ

9
ມື້ 2

ແນວຄິດ AI Transformation

ຈາກຄົນດຽວທີ່ໃຊ້ AI ສູ່ທັງບໍລິສັດ

10
ມື້ 2 · Workshop 7

Monday CEO Brief

ເຊື່ອມຕໍ່ Gmail ແລະ Calendar ແລ້ວຕັ້ງເວລາໃຫ້ Claude ສະຫຼຸບເອງ

11
ມື້ 2 · Workshop 8

Hub ສູນກາງຂອງທຸລະກິດ

ລວມວຽກ ລູກຄ້າ ແລະ ຂໍ້ມູນຂອງທີມ ໄວ້ໃນບ່ອນດຽວ

12
ມື້ 2 · Workshop 9

ແຜນ AI Transformation

ເລີ່ມຈາກວຽກທີ່ເສຍເວລາ ບໍ່ແມ່ນຈາກເຄື່ອງມືທີ່ໜ້າສົນໃຈ

WHAT YOU TAKE HOME

6 ຜົນງານທີ່ເອົາກັບໄປໃຊ້ໄດ້ທັນທີ

ຂອງທີ່ເປີດໃຊ້ຕໍ່ໄດ້ໃນວັນຈັນ ບໍ່ແມ່ນຄວາມຮູ້ໃນຫົວຢ່າງດຽວ

1

Second Brain ແລະ AI OS

Claude ທີ່ຮູ້ຈັກທຸລະກິດຂອງທ່ານ

2

Dashboard ຈາກ Excel

Dashboard ແລະ ສິ່ງທີ່ພົບ 5 ຂໍ້

3

ກຳໄລ ແລະ ເງິນສົດ

ຄວາມສ່ຽງ 5 ຂໍ້ ແລະ ສິ່ງທີ່ຕ້ອງເຮັດ

4

ແຜນປີ 2027 ໜ້າດຽວ ແລະ ໜ້າເວັບ

ແຜນໜ້າດຽວ ແລະ ຕົວເລກປະຈຳອາທິດ · ໜ້າເວັບທີ່ເປີດໃຊ້ໄດ້ແທ້

5

Monday CEO Brief

ລາຍງານມາຮອດເອງທຸກວັນຈັນ ທ່ານອະນຸມັດກ່ອນສົ່ງ

6

ແຜນ Hub ແລະ ແຜນ AI Transformation

ແຜນໜ້າດຽວ · 3 ດ້ານ · 30/60/90 ມື້

ພ້ອມທັງໃບຢັ້ງຢືນ ແລະ ຮູ້ວ່າຈະເລີ່ມແນວໃດ ໃນອາທິດໜ້າ

WHO IS IT FOR

ເໝາະກັບໃຜ ແລະ ຕ້ອງກຽມຫຍັງແດ່

ເໝາະກັບ

  • ເຈົ້າຂອງທຸລະກິດ ແລະ ຜູ້ບໍລິຫານທີ່ເລີ່ມຈາກສູນ ບໍ່ເຄີຍໃຊ້ AI ຈິງຈັງມາກ່ອນ
  • ຄົນທີ່ເຄີຍລອງ AI ແລ້ວໃຊ້ບໍ່ຕໍ່ເນື່ອງ ເພາະຍັງບໍ່ເຫັນວ່າຈະຕໍ່ເຂົ້າກັບວຽກແທ້ແນວໃດ
  • ທີມນ້ອຍທີ່ຢາກໃຫ້ທຸກຄົນເຮັດວຽກດ້ວຍມາດຕະຖານດຽວກັນ

ຕ້ອງກຽມ

  • ໂນດບຸກ 1 ໜ່ວຍ ມືຖືໃຊ້ໄດ້ສະເພາະແບບກຽມຄວາມພ້ອມ ແລະ ສົ່ງວຽກ
  • ຂໍ້ມູນທຸລະກິດຂອງຕົນເອງ ເຊັ່ນ ລາຍການສິນຄ້າ ຍອດຂາຍໂດຍປະມານ ແລະ ວຽກທີ່ຄ້າງຢູ່
  • ເຮັດແບບກຽມຄວາມພ້ອມອອນລາຍກ່ອນວັນຮຽນ ໃຊ້ເວລາປະມານ 20 ນາທີ
  • ບໍ່ຕ້ອງມີພື້ນຖານຂຽນໂຄ້ດ ທີ່ເຫຼືອແລັບກຽມໃຫ້ທັງໝົດ

ຍັງບໍ່ເໝາະກັບ

  • ຜູ້ທີ່ຕ້ອງການທິດສະດີຫຼືພາບລວມຢ່າງດຽວ ເພາະສອງມື້ນີ້ເປັນການລົງມືເກືອບຕະຫຼອດ
  • ຜູ້ທີ່ຍັງບໍ່ພ້ອມເອົາວຽກແທ້ຂອງທຸລະກິດມາເຮັດໃນຫ້ອງ
INCLUDED

ຄ່າຮຽນລວມຫຍັງແດ່

ລວມຄົບທຸກຢ່າງ ບໍ່ມີແພັກເກັດແຍກ

1

Workshop ເຕັມ 2 ມື້

ລົງມືແທ້ທຸກຊ່ວງ ກັບວຽກຄ້າງຂອງທຸລະກິດທ່ານເອງ

2

Business AI OS ຕິດຕັ້ງສຳເລັດ

ອອກຈາກຫ້ອງຮຽນພ້ອມລະບົບທີ່ໃຊ້ຕໍ່ໄດ້ທັນທີ

3

ຄັງຄຳສັ່ງ ແລະ Case ຈຳລອງຄົບຊຸດ

ເອົາໄປໃຊ້ຊ້ຳກັບວຽກຈິງໄດ້ທຸກຊຸດ

4

ຊຸມຊົນຮຸ່ນ ແລະ ກຸ່ມຖາມຕອບ

ຕິດຂັດຕອນໃຊ້ຈິງ ຖາມໄດ້ ບໍ່ຖືກປະຖິ້ມ

5

ທີ່ປຶກສາຕິດຕາມຜົນ 30 ມື້

ຫຼັງຈົບຫ້ອງຮຽນ ທີ່ປຶກສາຕິດຕາມຈົນລະບົບໃຊ້ໄດ້ແທ້

ຂອງແຖມຟຣີ

ສຳລັບຜູ້ຮຽນທຸກທ່ານ

BONUSToolkits
BONUSSkill Pack
BONUSOS Template
BONUSAI Agent Marketing
BONUSArtifacts
BONUS100+ Use Cases
DEFINITION OF DONE

ທ່ານຈະຖືວ່າຈົບຫຼັກສູດເມື່ອ

ເກນດຽວກັນທຸກຄົນ ຜ່ານຄົບຈຶ່ງຖືວ່າຈົບ

1

ສັ່ງວຽກ AI ດ້ວຍໂຄງໄດ້ເອງ ແລະ ກວດວຽກທີ່ໄດ້ເປັນ

2

ມີຜູ້ຊ່ວຍປະຈຳທຸລະກິດທີ່ຂຽນຄຳສັ່ງປະຈຳຕົວໄວ້ແລ້ວ

3

ໃຫ້ AI ຕອບຈາກເອກະສານແທ້ຂອງທຸລະກິດໄດ້

4

ມີສະໝອງທີສອງຂອງທຸລະກິດທີ່ຕິດຕັ້ງໃນຄອມຂອງຕົນເອງ

5

ມີວຽກປະຈຳຢ່າງໜ້ອຍໜຶ່ງຢ່າງທີ່ເລີ່ມແລ່ນເອງ ພ້ອມຈຸດອະນຸມັດຂອງຄົນ

6

ມີແຜນ 90 ມື້ທີ່ລະບຸວັນເລີ່ມແທ້

IMPLEMENTATION SUPPORT

ການສະໜັບສະໜູນ 30 ມື້ຫຼັງຫ້ອງຮຽນ

ຄອບຄຸມລະບົບທີ່ສ້າງໃນຫ້ອງຮຽນ ຕິດຕາມ 3 ຈຸດ

7
ມື້ທີ 7

ກວດວ່າເລີ່ມໃຊ້ແທ້ຫຼືຍັງ

ຕິດຂັດຢູ່ໃສແກ້ຢູ່ນັ້ນ ກ່ອນທີ່ລະບົບຈະຖືກວາງຖິ້ມ

14
ມື້ທີ 14

ປັບຄຳສັ່ງ ແລະ ວຽກປະຈຳໃຫ້ເຂົ້າກັບວຽກຈິງປະຈຳວັນ

30
ມື້ທີ 30

ທົບທວນຜົນ ແລະ ວາງກ້າວຕໍ່ໄປ

ລວມເຖິງປະເມີນວ່າພ້ອມຕໍ່ຫຼັກສູດຂັ້ນສູງຫຼືຍັງ

ຕິດຕັ້ງລະບົບ AI ຕົວທຳອິດຂອງທຸລະກິດໃຫ້ໃຊ້ງານໄດ້ແທ້ ແລ້ວເດີນຕໍ່ເອງໄດ້ໃນ 90 ມື້

Foundation · ຮຸ່ນທີ 5 · 15–16 ມັງກອນ 2027 · 09:00–17:00 · ໂຮງແຮມ Amari ວຽງຈັນ

ລາຄາເຕັມ5,500,000 ກີບຕໍ່ທ່ານ
Early Bird · ລົງທະບຽນກ່ອນວັນທີ 1 ມັງກອນ 20275,225,000 ກີບຕໍ່ທ່ານ
ມາພ້ອມກັນ 2 ທ່ານຂຶ້ນໄປ ໃນຊ່ວງ Early Bird4,950,000 ກີບຕໍ່ທ່ານ

WhatsApp: +856 20 2288 9997

ຮອບນີ້ຮັບ 30 ທ່ານ ເພາະທີ່ປຶກສາເບິ່ງແຍງທຸກຄົນຢ່າງໃກ້ຊິດຈົນລະບົບໃຊ້ໄດ້ແທ້