ADVANCED · 18-19 ກັນຍາ 2026

ສ້າງລະບົບ AI ທີ່ທັງບໍລິສັດໃຊ້ ແລະ ວັດອອກມາເປັນເງິນໄດ້

ຫຼັກສູດພື້ນຖານເຮັດໃຫ້ AI ເຮັດວຽກແທນທ່ານໄດ້ ສອງມື້ນີ້ເຮັດໃຫ້ AI ກາຍເປັນລະບົບຂອງບໍລິສັດ ທີ່ທີມໃຊ້ຕໍ່ໄດ້ ແລະ ມີຕົວເລກຢືນຢັນວ່າຄຸ້ມ

ABOUT

ເປັນຫຍັງຈຶ່ງມີຮຸ່ນນີ້

ຫຼັງຮຽນພື້ນຖານ ເຈົ້າຂອງທຸລະກິດຫຼາຍຄົນພົບເລື່ອງດຽວກັນ ລະບົບທີ່ສ້າງໄວ້ຢູ່ໃນຄອມຂອງຕົນເອງຄົນດຽວ ທີມຍັງເຮັດວຽກແບບເກົ່າ ແລະ ຕອນທ້າຍເດືອນກໍຍັງຕ້ອງລວມຕົວເລກດ້ວຍມືຢູ່ດີ

ສອງມື້ນີ້ເຮົາແກ້ຢູ່ຈຸດນັ້ນ ທ່ານຈະເລືອກບັນຫາທຸລະກິດໜຶ່ງຂໍ້ທີ່ກະທົບກຳໄລແທ້ ແລ້ວສ້າງລະບົບທີ່ແກ້ບັນຫານັ້ນໃຫ້ສຳເລັດໃນຫ້ອງ ລະບົບທີ່ມີໜ້າໃຫ້ລູກຄ້າຫຼືທີມປ້ອນຂໍ້ມູນໄດ້ແທ້ ມີ AI ເຮັດວຽກໃຫ້ໃນຈຸດທີ່ຄຸ້ມ ມີຈຸດທີ່ຄົນອະນຸມັດກ່ອນເລື່ອງສ່ຽງ ແລະ ມີໜ້າຈໍທີ່ເປີດແລ້ວຮູ້ວ່າເດືອນນີ້ດີຂຶ້ນເທົ່າໃດ

ກ່ອນອອກຈາກຫ້ອງ ທ່ານຕ້ອງແກ້ລະບົບເອງໄດ້ ບໍ່ແມ່ນໄດ້ແອັບທີ່ທີ່ປຶກສາສ້າງໃຫ້ ແລ້ວກັບໄປແກ້ຕໍ່ບໍ່ເປັນ

ຫຼັກສູດພື້ນຖານ

ລະບົບຂອງເຈົ້າຂອງ

ຕິດຕັ້ງສະໝອງທີສອງຂອງທຸລະກິດໃນຄອມຂອງຕົນເອງ ໃຊ້ຄົນດຽວເປັນຫຼັກ ຝຶກກັບຂໍ້ມູນຕົວຢ່າງໄດ້

ຮຸ່ນຂັ້ນສູງ

ລະບົບຂອງອົງກອນ

ຄົນອື່ນໃນບໍລິສັດໃຊ້ຕໍ່ໄດ້ໂດຍບໍ່ຕ້ອງຖາມເຈົ້າຂອງ ໃຊ້ຂໍ້ມູນແທ້ ແລະ ຕອບໄດ້ວ່າດີຂຶ້ນເທົ່າໃດທຽບກັບກ່ອນເລີ່ມ

WHAT YOU LEARN

ທ່ານຈະໄດ້ຮຽນຮູ້ຫຍັງແດ່

ທຸກຫົວຂໍ້ເຮັດກັບບັນຫາແທ້ຂອງບໍລິສັດທ່ານເອງ ບໍ່ແມ່ນໂຈດສົມມຸດ

1

ຫາໂຈດທີ່ມີເງິນຢູ່ໃນນັ້ນ

ແຍກວຽກທີ່ເສຍເວລາອອກຈາກວຽກທີ່ເສຍເງິນແທ້ ແລ້ວເລືອກໜຶ່ງຂໍ້ທີ່ຈະເຮັດໃຫ້ສຳເລັດໃນຫ້ອງ

2

ຕັ້ງຕົວເລກຕັ້ງຕົ້ນກ່ອນເລີ່ມ

ມື້ນີ້ໃຊ້ເວລາເທົ່າໃດ ເຮັດໄດ້ຈັກຄັ້ງ ຫຼຸດໄປຈັກລາຍ ເພື່ອໃຫ້ພິສູດໄດ້ໃນມື້ທີ 30 ວ່າດີຂຶ້ນສ່ຳໃດ

3

ນິຍາມຕົວຊີ້ວັດໃຫ້ທັງບໍລິສັດກົງກັນ

ຖ້າແຕ່ລະຄົນນັບຍອດຂາຍບໍ່ຄືກັນ ໜ້າຈໍຈະກາຍເປັນເວທີຖຽງກັນແທນທີ່ຈະໃຊ້ຕັດສິນໃຈ

4

ອອກແບບລະບົບລົງເຈ້ຍໜຶ່ງໜ້າ

ຂໍ້ມູນທີ່ຕ້ອງເກັບ ໜ້າຈໍທີ່ຕ້ອງມີ ຂັ້ນຕອນວຽກ ຈຸດທີ່ AI ເຮັດ ແລະ ຈຸດທີ່ຄົນອະນຸມັດ ກ່ອນແຕະເຄື່ອງມື

5

ສ້າງລະບົບແທ້ດ້ວຍການສັ່ງວຽກເປັນພາສາຄົນ

ທັງຂໍ້ມູນ ໜ້າຈໍ ແລະ ເສັ້ນທາງວຽກ ໂດຍບໍ່ຕ້ອງຂຽນໂຄ້ດເອງ

6

ວາງຂອບເຂດໃຫ້ AI ແລະ ຈຸດທີ່ຄົນຕ້ອງອະນຸມັດ

ເລື່ອງໃດປ່ອຍໃຫ້ລະບົບຕັດສິນໄດ້ ເລື່ອງໃດຕ້ອງມີຄົນເບິ່ງກ່ອນ ແລະ ຖ້າບໍ່ອະນຸມັດຈະເກີດຫຍັງຕໍ່

7

ກວດກ່ອນເປີດໃຊ້ແທ້

ຄວາມຖືກຕ້ອງຂອງຄຳຕອບ ສິດການເຂົ້າເຖິງ ແລະ ຂໍ້ມູນທີ່ຫ້າມຂຶ້ນລະບົບນອກບໍລິສັດ

8

ແກ້ ແລະ ເພີ່ມຟັງຊັນດ້ວຍຕົນເອງ

ມື້ທີສອງທ່ານຕ້ອງແກ້ລະບົບເອງໜຶ່ງຈຸດໂດຍທີ່ປຶກສາບໍ່ແຕະຄອມ ເພື່ອພິສູດວ່າກັບໄປເຮັດຕໍ່ໄດ້

AGENDA

ເນື້ອໃນໂດຍຫຍໍ້

ມື້ທຳອິດສ້າງໃຫ້ເດີນໄດ້ ມື້ທີສອງເຮັດໃຫ້ປອດໄພ ວັດຜົນໄດ້ ແລະ ສົ່ງຕໍ່ທີມໄດ້

1
ມື້ 1

ກວດລະບົບເກົ່າ ແລະ ເລືອກໂຈດ

ເປີດລະບົບທີ່ຕິດຕັ້ງໄວ້ຈາກຫຼັກສູດພື້ນຖານ ແລ້ວເລືອກເສັ້ນທາງຫຼຸດຕົ້ນທຶນຫຼືເພີ່ມລາຍໄດ້

2
ມື້ 1

ຕົວເລກຕັ້ງຕົ້ນ ແລະ ຕົວຊີ້ວັດຂອງບໍລິສັດ

ຕົກລົງນິຍາມໃຫ້ກົງກັນກ່ອນ ແລ້ວຈຶ່ງສ້າງຂອງທີ່ຈະວັດຜົນດ້ວຍຕົວເລກຊຸດນີ້

3
ມື້ 1

ຮູ້ຈັກເຄື່ອງມື ແລະ ຕັ້ງໂຄງລະບົບ

ພາເບິ່ງເຄື່ອງມືສ້າງລະບົບ ແລ້ວທຸກບໍລິສັດຕັ້ງໂຄງຂອງຕົນເອງໃຫ້ສຳເລັດກ່ອນພັກທ່ຽງ

4
ມື້ 1

ອອກແບບລະບົບໜຶ່ງໜ້າ

ຂໍ້ມູນ ໜ້າຈໍ ຂັ້ນຕອນວຽກ ຈຸດທີ່ AI ເຮັດ ຈຸດທີ່ຄົນອະນຸມັດ

5
ມື້ 1

ສ້າງລະບົບຈິງຮອບທຳອິດ

ຂໍ້ມູນ ໜ້າຮັບວຽກຫຼືຮັບລູກຄ້າ ແລະ ເສັ້ນທາງວຽກຫຼັກ

6
ມື້ 1

ໃສ່ AI ເຂົ້າໄປໃນລະບົບ

ຂຽນຄຳສັ່ງປະຈຳຈຸດ ແລ້ວທົດສອບກັບຕົວຢ່າງແທ້ຂອງບໍລິສັດຕົນເອງ

7
ມື້ 2

ຕໍ່ລະບົບໃຫ້ຄົບເສັ້ນ

ຕັ້ງແຕ່ວຽກເຂົ້າຈົນຮອດຜົນໄດ້ຮັບ ແລະ ການແຈ້ງກັບ

8
ມື້ 2

ດ່ານກວດກ່ອນໃຊ້ແທ້

ຄວາມຖືກຕ້ອງ ສິດຂໍ້ມູນ ຂໍ້ມູນທີ່ຫ້າມຂຶ້ນລະບົບນອກບໍລິສັດ ແລະ ທາງອອກເມື່ອ AI ຕອບຜິດ

9
ມື້ 2

ໜ້າຈໍຜູ້ບໍລິຫານ

ທຽບກ່ອນຫຼັງກັບຕົວເລກຕັ້ງຕົ້ນ ແລະ ບອກວັນທີຂໍ້ມູນລ່າສຸດສະເໝີ

10
ມື້ 2

ຊ້ອມກັບສະຖານະການແທ້ 5 ກໍລະນີ

ຂໍ້ມູນຂາດ ຂໍ້ມູນຂັດກັນ ຄົນປ້ອນຜິດ ວຽກຮີບ ແລະ ວຽກທີ່ຕ້ອງອະນຸມັດ

11
ມື້ 2

ແກ້ລະບົບເອງ ແລະ ຕອບ 5 ຄຳຖາມກ່ອນໃຊ້ແທ້

ໃຜໃຊ້ ຂໍ້ມູນຢູ່ໃສ ເຂົ້າສູ່ລະບົບແນວໃດ ເສຍແລ້ວໃຜສ້ອມ ຈ່າຍເດືອນລະເທົ່າໃດ

12
ມື້ 2

ຄູ່ມືສົ່ງຕໍ່ທີມ ແລະ ແຜນ 30 ມື້

ພ້ອມໂຄງລະບົບຕົວທີສອງສຳລັບສ້າງຕໍ່ເອງຫຼັງຈົບຫ້ອງຮຽນ

WHAT YOU TAKE HOME

ສິ່ງທີ່ທ່ານຈະໄດ້ຮັບຈາກຫ້ອງຮຽນນີ້

ຂອງທີ່ເປີດໃຊ້ຕໍ່ໄດ້ໃນວັນຈັນ ບໍ່ແມ່ນຄວາມຮູ້ໃນຫົວຢ່າງດຽວ

1

ລະບົບ AI ຂອງບໍລິສັດໜຶ່ງລະບົບ

ມີຂໍ້ມູນແທ້ແລ່ນ ຕັ້ງແຕ່ວຽກເຂົ້າຈົນຮອດຜົນໄດ້ຮັບ

2

ໜ້າເວັບຫຼືໜ້າຟອມທີ່ເປັນປະຕູໜ້າຂອງລະບົບ

ລູກຄ້າຫຼືທີມປ້ອນຂໍ້ມູນໄດ້ແທ້ຈາກມືຖື

3

ຈຸດທີ່ AI ເຮັດວຽກໃຫ້

ພ້ອມຄຳສັ່ງປະຈຳຈຸດທີ່ທົດສອບກັບວຽກແທ້ຂອງທ່ານແລ້ວ

4

ຈຸດທີ່ຄົນອະນຸມັດ

ລະບຸຈະແຈ້ງວ່າໃຜອະນຸມັດ ແລະ ຖ້າບໍ່ອະນຸມັດເກີດຫຍັງຕໍ່

5

ໜ້າຈໍຜູ້ບໍລິຫານ

ເຫັນຕົວເລກຕັ້ງຕົ້ນ ຕົວເລກປັດຈຸບັນ ແລະ ວຽກທີ່ຄ້າງຢູ່

6

ວັດຈະນານຸກົມຕົວຊີ້ວັດຂອງບໍລິສັດ

ທຸກຕົວເລກບອກໄດ້ວ່າຄິດຈາກສູດຫຍັງ ໃຜເບິ່ງແຍງ

7

ຄູ່ມືສົ່ງຕໍ່ໜຶ່ງໜ້າ

ໃຫ້ທີມຮັບຊ່ວງໄດ້ໂດຍບໍ່ຕ້ອງຖາມເຈົ້າຂອງ

8

ແຜນ 30 ມື້

ລະບຸຊື່ຄົນ ວັນເລີ່ມ ແລະ ສິ່ງທີ່ຕ້ອງຂໍອະນຸມັດກ່ອນ

9

ໂຄງລະບົບຕົວທີສອງ

ສຳລັບສ້າງຕໍ່ເອງຫຼັງຈົບຫ້ອງຮຽນ

WHO IS IT FOR

ເໝາະກັບໃຜ ແລະ ຕ້ອງກຽມຫຍັງແດ່

ເໝາະກັບ

  • ເຈົ້າຂອງຫຼືຜູ້ບໍລິຫານທີ່ຜ່ານຫຼັກສູດພື້ນຖານແລ້ວ ແລະ ຢາກໃຫ້ລະບົບອອກຈາກຄອມຂອງຕົນເອງໄປສູ່ທີມ
  • ບໍລິສັດທີ່ວຽກພາຍໃນຊ້ຳຊ້ອນ ຄົນຈົມກັບເອກະສານ ແລະ ລໍວຽກກັນໄປມາ
  • ບໍລິສັດທີ່ລູກຄ້າເຂົ້າມາແລ້ວຕົກຫຼົ່ນ ຕອບຊ້າ ຫຼືຕິດຕາມບໍ່ຄົບ

ເງື່ອນໄຂ

  • ຕ້ອງຜ່ານຫຼັກສູດພື້ນຖານຂອງເຮົາກ່ອນ ຜູ້ຮຽນຄັ້ງທີ 1 ຫາ 3
  • ເຂົ້າຮຽນ 2 ທ່ານຕໍ່ບໍລິສັດ ຄູ່ທີ່ເໝາະທີ່ສຸດຄືຄົນທີ່ຕັດສິນໃຈໄດ້ ມາກັບຄົນທີ່ຈະເບິ່ງແຍງລະບົບຕໍ່
  • ນຳຂໍ້ມູນແທ້ຂອງບໍລິສັດມາດ້ວຍ ຕົວຢ່າງປະມານ 20 ລາຍການ ພ້ອມຕົວເລກທີ່ໃຊ້ຕັດສິນໃຈຢູ່ທຸກມື້ນີ້
  • ມີໂນດບຸກ ແລະ ສິດເຂົ້າເຖິງຂໍ້ມູນຂອງບໍລິສັດຕົນເອງ
  • ມີບັນຊີເຄື່ອງມືສ້າງລະບົບ Base44 ແບບທີ່ຈ່າຍເງິນແລ້ວ ຄ່າບັນຊີສ່ວນນີ້ຜູ້ຮຽນກຽມເອງ ບໍ່ລວມໃນຄ່າຮຽນ ເຮົາສົ່ງວິທີສະໝັກ ແລະ ແຜນທີ່ແນະນຳໃຫ້ລ່ວງໜ້າ

ຍັງບໍ່ເໝາະກັບ

  • ຜູ້ທີ່ຍັງບໍ່ເຄີຍຮຽນຫຼັກສູດພື້ນຖານ ເພາະສອງມື້ນີ້ຕໍ່ຍອດຈາກລະບົບທີ່ຕິດຕັ້ງໄວ້ແລ້ວ ບໍ່ໄດ້ເລີ່ມຈາກສູນ
  • ຜູ້ທີ່ມາຟັງຢ່າງດຽວ ໂດຍບໍ່ໄດ້ເອົາວຽກແທ້ຂອງບໍລິສັດມາເຮັດ

ຖ້າຍັງກຽມຂໍ້ມູນແທ້ບໍ່ທັນ ເຮົາມີຊຸດຂໍ້ມູນຈາກຄັງ Case Study ທຸລະກິດຈຳລອງໃຫ້ຝຶກຄົບທຸກຂັ້ນ ແຕ່ລະບົບທີ່ໄດ້ຈະຍັງບໍ່ພ້ອມສຽບເຂົ້າທຸລະກິດຕົນເອງທັນທີ

INCLUDED

ພິເສດສຳລັບຮຸ່ນຂັ້ນສູງ

1

ທີ່ປຶກສາຕິດຕາມຜົນ 30 ມື້

ນັດກວດ 4 ຈຸດ ມື້ທີ 3 ແກ້ບັນຫາຕອນເລີ່ມໃຊ້ແທ້ ມື້ທີ 7 ກວດວ່າມີຄົນໃຊ້ແທ້ຫຼືບໍ່ ມື້ທີ 14 ປັບລະບົບ ແລະ ຄຳສັ່ງ ມື້ທີ 30 ວັດຜົນທຽບຕົວເລກຕັ້ງຕົ້ນ

2

ແບບແປນເສັ້ນທາງທີສອງ

ເສັ້ນທີ່ບໍ່ໄດ້ສ້າງໃນຫ້ອງ ໄດ້ເປັນແບບແປນພ້ອມລຳດັບວຽກກັບໄປເຮັດຕໍ່

3
BONUS

ຊຸດຄຳສັ່ງ ແລະ Skill ທີ່ເຮົາໃຊ້ແທ້

Prompt Studio, Business OS Studio ແລະ ຄັງ Skill ກວ່າ 100 ລາຍການ

4
BONUS

ຊຸດລະບົບວຽກອັດຕະໂນມັດທີ່ທີມເຮົາໃຊ້ປະຈຳ

ເອົາໄປປັບໃຊ້ກັບວຽກຂອງທ່ານໄດ້ທັນທີ

5
BONUS

Advisor ປະຈຳອົງກອນ

ປຶກສາໄດ້ວ່າຄວນໃຊ້ເຄື່ອງມືຊຸດໃດກັບວຽກຂອງອົງກອນທ່ານ ພາຍໃນຊ່ວງຕິດຕາມຜົນ 30 ມື້

ຮຸ່ນຂັ້ນສູງ · 18-19 ກັນຍາ 2026

ສະຖາບັນລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດລາວ · 17,500,000 ກີບຕໍ່ບໍລິສັດ ເຂົ້າຮຽນໄດ້ 2 ທ່ານ · ຊຳລະພາຍໃນ 11 ກັນຍາ 2026 ຫຼຸດ 15% ເຫຼືອ 14,875,000 ກີບ

WhatsApp: +856 20 5450 9165

ຮັບຈຳນວນຈຳກັດ ເພາະມື້ທີສອງເປັນການກວດຂໍ້ມູນແທ້ຂອງແຕ່ລະບໍລິສັດ