ADVANCED COHORT · AI-FIRST PROFIT SYSTEM

ຈາກ AI ຂອງເຈົ້າຂອງ ສູ່ລະບົບ AI ທີ່ທີມໃຊ້ແທ້ ແລະ ວັດຜົນເປັນເງິນໄດ້

Coming soon · ຫຼັກສູດພື້ນຖານເຮັດໃຫ້ທ່ານໃຊ້ AI ເປັນ ແຕ່ຫຼັກສູດນີ້ເຮັດໃຫ້ AI ກາຍເປັນສ່ວນໜຶ່ງຂອງລະບົບວຽກບໍລິສັດ

ABOUT

ສອງມື້ນີ້ເຮັດຫຍັງແດ່

ຫຼັງຮຽນພື້ນຖານ ເຈົ້າຂອງທຸລະກິດຫຼາຍຄົນພົບບັນຫາດຽວກັນ ລະບົບທີ່ສ້າງຍັງຢູ່ກັບເຈົ້າຂອງ ທີມຍັງເຮັດວຽກແບບເກົ່າ ແລະ ທ້າຍເດືອນຍັງຕ້ອງລວບລວມຕົວເລກດ້ວຍມື

ພາຍໃນສອງມື້ນີ້ ແຕ່ລະບໍລິສັດຈະເລືອກບັນຫາທີ່ກະທົບກຳໄລແທ້ໜຶ່ງຂໍ້ ແລ້ວສ້າງລະບົບ AI ເວີຊັນພ້ອມທົດລອງໃຊ້ໃຫ້ສຳເລັດໃນຫ້ອງ ລະບົບຈະປະກອບດ້ວຍໜ້າຮັບຂໍ້ມູນ ຖານຂໍ້ມູນ Workflow ຈຸດທີ່ AI ເຮັດວຽກ ຈຸດທີ່ຄົນຕ້ອງອະນຸມັດ ແລະ Dashboard ທີ່ວັດຜົນກ່ອນ ແລະ ຫຼັງໄດ້

ສິ່ງສຳຄັນຄື ຜູ້ຮຽນຕ້ອງສາມາດແກ້ຫຼືເພີ່ມຟັງຊັນດ້ວຍຕົນເອງກ່ອນອອກຈາກຫ້ອງ ບໍ່ແມ່ນໄດ້ຮັບແອັບທີ່ທີ່ປຶກສາສ້າງໃຫ້ ແຕ່ກັບໄປເບິ່ງແຍງຕໍ່ບໍ່ໄດ້

ເສັ້ນທາງທີ 1

ຫຼຸດຕົ້ນທຶນ

ຫຼຸດວຽກຊ້ຳ ຫຼຸດເວລາລໍຖ້າ ຫຼຸດຄວາມຜິດພາດ ຫຼືຫຼຸດພາລະຄົນ

ເສັ້ນທາງທີ 2

ເພີ່ມລາຍໄດ້

ຫຼຸດລູກຄ້າຕົກຫຼົ່ນ ຕອບໄວຂຶ້ນ ຕິດຕາມຄົບ ຫຼືເພີ່ມ Conversion

ແຕ່ລະບໍລິສັດເລືອກເຮັດໃຫ້ສຳເລັດໜຶ່ງເສັ້ນທາງ ອີກເສັ້ນທາງໄດ້ເປັນ Blueprint ກັບໄປສ້າງຕໍ່

WHAT YOU LEARN

ທ່ານຈະໄດ້ຮຽນຮູ້ຫຍັງແດ່

ຫຼັກສູດເດີນຕາມ Framework · Find · Measure · Design · Build · Test · Learn · Expand

1

ຄົ້ນຫາບັນຫາທຸລະກິດທີ່ມີຜົນຕໍ່ກຳໄລແທ້

ແຍກວຽກທີ່ເສຍເວລາອອກຈາກວຽກທີ່ເຮັດໃຫ້ເສຍເງິນແທ້ ແລ້ວເລືອກໜຶ່ງຂໍ້ທີ່ຈະສ້າງໃຫ້ສຳເລັດໃນຫ້ອງ

2

ກຳນົດ Baseline ແລະ KPI ກ່ອນເລີ່ມສ້າງລະບົບ

ວັດສະຖານະມື້ນີ້ໃຫ້ໄດ້ກ່ອນ ເພື່ອໃຫ້ມື້ທີ 30 ພິສູດໄດ້ວ່າປ່ຽນໄປເທົ່າໃດ

3

ນິຍາມສູດ ແລະ ເຈົ້າຂອງຕົວເລກໃຫ້ທັງບໍລິສັດເຂົ້າໃຈກົງກັນ

ຕົວເລກດຽວກັນຕ້ອງໝາຍເຖິງສິ່ງດຽວກັນທຸກພະແນກ ກ່ອນທີ່ຈະເອົາໄປຂຶ້ນ Dashboard

4

ອອກແບບຂໍ້ມູນ ໜ້າຈໍ ແລະ Workflow ໃສ່ເຈ້ຍໜຶ່ງໜ້າ

ຮູ້ວ່າຈະເກັບຫຍັງ ໃຜເຫັນຫຍັງ ວຽກແລ່ນແນວໃດ ກ່ອນແຕະເຄື່ອງມື

5

ສ້າງລະບົບແທ້ໃນ Base44 ດ້ວຍການສັ່ງວຽກເປັນພາສາຄົນ

ຖານຂໍ້ມູນ ໜ້າຮັບວຽກ ແລະ Workflow ຫຼັກ ໂດຍບໍ່ຕ້ອງຂຽນໂຄ້ດເອງ

6

ກຳນົດວ່າ AI ເຮັດຫຍັງໄດ້ເອງ ແລະ ຈຸດໃດຕ້ອງໃຫ້ຄົນອະນຸມັດ

ວາງຂອບເຂດໃຫ້ຈະແຈ້ງຕັ້ງແຕ່ຕົ້ນ ແລະ ກຳນົດວ່າຖ້າບໍ່ອະນຸມັດຈະເກີດຫຍັງຕໍ່

7

ກວດຄວາມຖືກຕ້ອງ ສິດເຂົ້າເຖິງ ແລະ ຂໍ້ມູນທີ່ບໍ່ຄວນສົ່ງອອກນອກບໍລິສັດ

ລວມເຖິງທາງອອກເມື່ອຂໍ້ມູນບໍ່ຄົບ ຫຼື AI ຕອບຜິດ

8

ສ້າງ Dashboard ທີ່ປຽບທຽບກ່ອນ ແລະ ຫຼັງ

ສະແດງ Baseline ຜົນປັດຈຸບັນ ວຽກທີ່ຕິດຂັດ ແລະ ວັນທີຂໍ້ມູນລ່າສຸດສະເໝີ

9

ແກ້ໄຂ ແລະ ເພີ່ມຟັງຊັນພື້ນຖານດ້ວຍຕົນເອງ

ມື້ທີສອງຜູ້ຮຽນລົງມືແກ້ເອງໂດຍທີ່ປຶກສາບໍ່ແຕະຄອມ

10

ວາງແຜນຂະຫຍາຍລະບົບຕໍ່ດ້ວຍທີມຂອງຕົນເອງ

ຮູ້ວ່າລະບົບທີສອງຈະເລີ່ມຈາກຫຍັງ ແລະ ໃຜໃນບໍລິສັດເປັນເຈົ້າຂອງວຽກ

WHAT YOU TAKE HOME

ສິ່ງທີ່ບໍລິສັດຈະໄດ້ຮັບ

ຂອງທີ່ເປີດໃຊ້ຕໍ່ໄດ້ແທ້ ບໍ່ແມ່ນຄວາມຮູ້ໃນຫົວຢ່າງດຽວ

1

ລະບົບ AI ຂອງບໍລິສັດໜຶ່ງລະບົບ

ມີຂໍ້ມູນແທ້ແລ່ນຕັ້ງແຕ່ວຽກເຂົ້າຈົນຮອດຜົນໄດ້ຮັບ

2

ໜ້າເວັບ ຫຼື ຟອມຂອງລະບົບ

ລູກຄ້າ ຫຼື ທີມໃຊ້ງານຜ່ານມືຖືໄດ້ແທ້

3

AI Workflow ພ້ອມຄຳສັ່ງທີ່ທົດສອບກັບວຽກແທ້

ບໍ່ແມ່ນຕົວຢ່າງສາທິດ ແຕ່ທົດສອບກັບຂໍ້ມູນຂອງບໍລິສັດເອງ

4

Human Approval ທີ່ລະບຸຕົວຄົນ

ໃຜອະນຸມັດ ແລະ ຫາກບໍ່ອະນຸມັດຈະເກີດຫຍັງຕໍ່

5

Dashboard ທີ່ສະແດງ Baseline ຜົນປັດຈຸບັນ ແລະ ວຽກທີ່ຕິດຂັດ

ເປີດແລ້ວຕັດສິນໃຈຕໍ່ໄດ້ທັນທີ

6

ວັດຈະນານຸກົມ KPI

ທຸກຕົວຊີ້ວັດມີສູດ ແຫຼ່ງຂໍ້ມູນ ແລະ ຜູ້ຮັບຜິດຊອບ

7

ຄູ່ມືສົ່ງຕໍ່ໜຶ່ງໜ້າ

ໃຫ້ທີມຮັບຊ່ວງຕໍ່ໄດ້ໂດຍບໍ່ຕ້ອງຖາມເຈົ້າຂອງ

8

Test Checklist

ໃຊ້ກວດລະບົບກ່ອນເປີດໃຊ້ງານແທ້ທຸກຄັ້ງ

9

ແຜນດຳເນີນງານ 30 ມື້

ມີຜູ້ຮັບຜິດຊອບ ແລະ ວັນເລີ່ມທີ່ຈະແຈ້ງ

10

Blueprint ຂອງລະບົບທີສອງ

ສຳລັບສ້າງຕໍ່ຫຼັງຈົບຫ້ອງຮຽນ

11

ຊຸດ Prompt ແລະ Skill ທີ່ຄັດເລືອກສະເພາະສຳລັບລະບົບຂອງບໍລິສັດ

ຢິບໄປໃຊ້ຕໍ່ກັບວຽກເກົ່າໄດ້ທັນທີ

DEFINITION OF DONE

ລະບົບຈະຖືວ່າພ້ອມທົດລອງໃຊ້ເມື່ອ

ເກນດຽວກັນທຸກບໍລິສັດ ຜ່ານຄົບຈຶ່ງຖືວ່າຈົບ

1

ຂໍ້ມູນແລ່ນຄົບຕັ້ງແຕ່ວຽກເຂົ້າຈົນຮອດຜົນໄດ້ຮັບ

2

ມີ AI ເຮັດວຽກໃນຈຸດທີ່ຄຸ້ມຄ່າ

3

ມີຄົນອະນຸມັດໃນຈຸດທີ່ມີຄວາມສ່ຽງ

4

Dashboard ສະແດງ Baseline ພ້ອມຜົນປັດຈຸບັນ

5

ຜ່ານການທົດສອບຢ່າງໜ້ອຍ 5 ສະຖານະການ

6

ຜູ້ຮຽນແກ້ ຫຼື ເພີ່ມໜຶ່ງຟັງຊັນໄດ້ໂດຍທີ່ປຶກສາບໍ່ແຕະຄອມ

7

ມີຜູ້ຮັບຜິດຊອບລະບົບ ແລະ ແຜນນຳໄປໃຊ້ແທ້

AGENDA

ເນື້ອໃນຫຼັກສູດ

ມື້ທຳອິດເລືອກໂຈດ ອອກແບບ ແລະ ສ້າງຮອບທຳອິດ ມື້ທີສອງເຮັດໃຫ້ຄົບ ປອດໄພ ວັດຜົນໄດ້ ແລະ ສົ່ງມອບ

1
ມື້ 1

ກວດສິ່ງທີ່ກຽມໄວ້ຈາກຫຼັກສູດພື້ນຖານ

ເປີດຂອງເກົ່າມາໃຊ້ຕໍ່ ບໍ່ເລີ່ມຈາກສູນ

2
ມື້ 1

ເລືອກເສັ້ນທາງຫຼຸດຕົ້ນທຶນ ຫຼື ເພີ່ມລາຍໄດ້

ເລືອກໜຶ່ງເສັ້ນທາງທີ່ຈະເຮັດໃຫ້ສຳເລັດໃນຫ້ອງ

3
ມື້ 1

ຫາໂຈດທີ່ມີຜົນຕໍ່ກຳໄລແທ້

ລະບຸໃຫ້ໄດ້ວ່າບັນຫານີ້ກິນເງິນບໍລິສັດເດືອນລະເທົ່າໃດ

4
ມື້ 1

ກຳນົດ Baseline ແລະ ນິຍາມ KPI

ຕົວເລກຕັ້ງຕົ້ນ ສູດ ແຫຼ່ງຂໍ້ມູນ ແລະ ເຈົ້າຂອງຕົວເລກ

5
ມື້ 1

ອອກແບບລະບົບໜຶ່ງໜ້າ

ຂໍ້ມູນ ໜ້າຈໍ Workflow ຈຸດທີ່ AI ເຮັດວຽກ ແລະ Human Approval

6
ມື້ 1

ສ້າງຖານຂໍ້ມູນ ແລະ ໜ້າຮັບວຽກ ຫຼື ຮັບລູກຄ້າ

ໜ້າຈິງທີ່ປ້ອນຂໍ້ມູນໄດ້ຕັ້ງແຕ່ມື້ທຳອິດ

7
ມື້ 1

ສ້າງ Workflow ຫຼັກໃນ Base44

ວຽກແລ່ນຈາກຕົ້ນທາງໄປຮອດຜູ້ຮັບຜິດຊອບໄດ້

8
ມື້ 1

ໃສ່ AI ເຂົ້າໄປໃນລະບົບ ແລະ ທົດສອບຮອບທຳອິດດ້ວຍຂໍ້ມູນແທ້

ຈົບມື້ທຳອິດດ້ວຍ System Blueprint · Data Structure ແລະ Workflow ຮຸ່ນທຳອິດທີ່ເຮັດວຽກໄດ້

9
ມື້ 2

ຕໍ່ລະບົບໃຫ້ຄົບຕັ້ງແຕ່ວຽກເຂົ້າຈົນຮອດຜົນໄດ້ຮັບ

ລວມການແຈ້ງກັບຜູ້ກ່ຽວຂ້ອງ

10
ມື້ 2

ກວດຄວາມຖືກຕ້ອງ ສິດເຂົ້າເຖິງ ແລະ ຂໍ້ມູນທີ່ອ່ອນໄຫວ

ພ້ອມກຳນົດທາງອອກເມື່ອຂໍ້ມູນບໍ່ຄົບ ຫຼື AI ຕອບຜິດ

11
ມື້ 2

ສ້າງ Dashboard ປຽບທຽບກ່ອນ ແລະ ຫຼັງ

ຜູກກັບ Baseline ທີ່ຕັ້ງໄວ້ມື້ວານ

12
ມື້ 2

ທົດສອບ 5 ສະຖານະການ

ລວມຂໍ້ມູນຂາດ ຂໍ້ມູນຂັດກັນ ແລະ ວຽກຮີບ

13
ມື້ 2

ຜູ້ຮຽນແກ້ ຫຼື ເພີ່ມຟັງຊັນດ້ວຍຕົນເອງ

ແລ້ວຕອບ 5 ຄຳຖາມກ່ອນນຳລະບົບໄປໃຊ້ແທ້ ໃຜເປັນຜູ້ໃຊ້ ຂໍ້ມູນມາຈາກໃສ ໃຜມີສິດເຂົ້າເຖິງ ລະບົບມີບັນຫາແລ້ວໃຜແກ້ ແລະ ຄ່າໃຊ້ຈ່າຍຕໍ່ເດືອນເທົ່າໃດ

14
ມື້ 2

ຂຽນຄູ່ມືສົ່ງຕໍ່ທີມ ວາງແຜນ 30 ມື້ ແລະ ອອກແບບ Blueprint ລະບົບທີສອງ

ຈົບມື້ທີສອງດ້ວຍລະບົບໜຶ່ງລະບົບພ້ອມທົດລອງໃຊ້ Dashboard ພ້ອມວັດຜົນ ແລະ ແຜນຂະຫຍາຍລະບົບ

WHO IS IT FOR

ເໝາະສຳລັບໃຜ ແລະ ເງື່ອນໄຂກ່ອນເຂົ້າຮຽນ

ເໝາະສຳລັບ

  • ເຈົ້າຂອງ ຫຼື ຜູ້ບໍລິຫານທີ່ຜ່ານຫຼັກສູດພື້ນຖານຂອງ AI ACTION LAB
  • ບໍລິສັດທີ່ຕ້ອງການນຳ AI ອອກຈາກຄອມຂອງເຈົ້າຂອງໄປສູ່ການໃຊ້ງານຂອງທີມ
  • ບໍລິສັດທີ່ມີວຽກຊ້ຳຊ້ອນ ເອກະສານຫຼາຍ ລໍວຽກ ຫຼືສົ່ງວຽກກັນບໍ່ຈະແຈ້ງ
  • ບໍລິສັດທີ່ມີລູກຄ້າຕົກຫຼົ່ນ ຕອບຊ້າ ຫຼືຕິດຕາມບໍ່ຄົບ
  • ບໍລິສັດທີ່ຕ້ອງການວັດວ່າ AI ຊ່ວຍຫຼຸດຕົ້ນທຶນ ຫຼື ເພີ່ມກຳໄລໄດ້ແທ້ເທົ່າໃດ

ເງື່ອນໄຂກ່ອນເຂົ້າຮຽນ

  • ຕ້ອງຜ່ານຫຼັກສູດພື້ນຖານ AI ACTION LAB
  • ເຂົ້າຮຽນ 2 ຄົນຕໍ່ບໍລິສັດ ຄືຜູ້ຕັດສິນໃຈ ແລະ ຜູ້ເບິ່ງແຍງລະບົບ ມາ 1 ຄົນໄດ້ ແຕ່ຄິດຄ່າຮຽນລາຄາເຕັມ
  • ກຽມບັນຫາດ້ານຕົ້ນທຶນໜຶ່ງຂໍ້ ແລະ ດ້ານລາຍໄດ້ໜຶ່ງຂໍ້ ແລ້ວເລືອກບັນຫາຫຼັກທີ່ຈະສ້າງໃນຫ້ອງ
  • ນຳຂໍ້ມູນແທ້ປະມານ 20 ລາຍການ ພ້ອມຕົວເລກຕັ້ງຕົ້ນ
  • ມີໂນດບຸກ ແລະ ສິດເຂົ້າເຖິງຂໍ້ມູນຂອງບໍລິສັດ
  • ມີບັນຊີ Base44 ແບບຊຳລະເງິນ ຄ່າໃຊ້ບໍລິການບໍ່ລວມໃນຄ່າຮຽນ
  • ຂໍ້ມູນທີ່ອ່ອນໄຫວຕ້ອງໄດ້ຮັບການປົກປິດ ຫຼື ກຽມເປັນຂໍ້ມູນຕົວຢ່າງກ່ອນເຂົ້າຮຽນ

ຍັງບໍ່ເໝາະສຳລັບ

  • ຜູ້ທີ່ຍັງບໍ່ຜ່ານຫຼັກສູດພື້ນຖານ
  • ຜູ້ທີ່ຕ້ອງການມາຟັງຢ່າງດຽວໂດຍບໍ່ນຳວຽກແທ້ມາສ້າງ
  • ບໍລິສັດທີ່ບໍ່ມີຜູ້ຮັບຜິດຊອບນຳລະບົບກັບໄປໃຊ້ງານຕໍ່
IMPLEMENTATION SUPPORT

ການສະໜັບສະໜູນ 30 ມື້ຫຼັງຫ້ອງຮຽນ

ຄອບຄຸມລະບົບທີ່ສ້າງໃນຫ້ອງຮຽນ ຕິດຕາມ 4 ຈຸດ

3
ມື້ທີ 3

ແກ້ບັນຫາຊ່ວງເລີ່ມໃຊ້ງານ

7
ມື້ທີ 7

ກວດວ່າທີມໃຊ້ງານແທ້ຫຼືບໍ່

14
ມື້ທີ 14

ປັບ Workflow, AI Instructions ແລະ Dashboard

30
ມື້ທີ 30

ປຽບທຽບຜົນໄດ້ຮັບກັບ Baseline ແລະ ສະຫຼຸບ Business Impact

ເປົ້າໝາຍພາຍໃນ 30 ມື້

  • ລະບົບຫຼັກຖືກນຳໄປທົດລອງໃຊ້ແທ້
  • ພິສູດຜົນໄດ້ຮັບໄດ້ຢ່າງໜ້ອຍໜຶ່ງດ້ານ ຫຼຸດຕົ້ນທຶນ ຫຼື ເພີ່ມກຳໄລ
  • ເລີ່ມສ້າງ ຫຼື ທົດລອງລະບົບທີສອງ

ເວລາທີ່ປະຢັດໄດ້ຈະນັບເປັນຜົນທາງການເງິນເມື່ອຊ່ວຍຫຼຸດຄ່າລ່ວງເວລາ ຫຼີກລ້ຽງການຈ້າງເພີ່ມ ເພີ່ມກຳລັງການເຮັດວຽກ ຫຼືນຳເວລາໄປສ້າງລາຍໄດ້ແທ້

ສ້າງລະບົບ AI ໜຶ່ງລະບົບໃຫ້ໃຊ້ງານໄດ້ ເຂົ້າໃຈວິທີເບິ່ງແຍງ ແລະ ຂະຫຍາຍລະບົບຕໍ່ໄດ້ດ້ວຍທີມຂອງທ່ານເອງ

ຫຼັກສູດຂັ້ນສູງ Coming soon · 17,500,000 ກີບຕໍ່ບໍລິສັດ ເຂົ້າຮຽນໄດ້ 2 ທ່ານ

WhatsApp: +856 20 2288 9997

ຮັບຈຳນວນຈຳກັດ ເພາະມື້ທີສອງເປັນການກວດຂໍ້ມູນແທ້ຂອງແຕ່ລະບໍລິສັດ