ABOUT · ACTION-FIRST

ບໍ່ແມ່ນຫຼັກສູດ AI ແຕ່ເປັນແລັບຂອງຜູ້ລົງມື

ເຮົາເຊື່ອວ່າຄົນບໍ່ປ່ຽນເພາະຟັງບັນຍາຍ ຄົນປ່ຽນເມື່ອໄດ້ລົງມືເຮັດກັບວຽກຈິງ ແລ້ວເຫັນຜົນກັບຕາຕົວເອງ

WHY WE EXIST

ເປັນຫຍັງຕ້ອງມີ AI ACTION LAB

ທຸລະກິດນ້ອຍໃນລາວສ່ວນຫຼາຍບໍ່ໄດ້ລົ້ມເພາະຂີ້ຄ້ານ
ແຕ່ລົ້ມເພາະເຈົ້າຂອງຕ້ອງເປັນທຸກຢ່າງຄົນດຽວ ທັງຝ່າຍຂາຍ ຝ່າຍບັນຊີ ຝ່າຍຕອບແຊັດຕອນທ່ຽງຄືນ ແລ້ວຍັງເຂົ້າບໍ່ເຖິງເຄື່ອງມືທີ່ທຸລະກິດໃຫຍ່ມີ

ມື້ນີ້ເຄື່ອງມືນັ້ນມາຮອດມືທຸກຄົນແລ້ວ
AI ເຮັດໃຫ້ຄົນຜູ້ດຽວເຮັດວຽກໄດ້ເທົ່າທີມທັງທີມ ຖ້າໃຊ້ເປັນ

ພວກເຮົາຈຶ່ງສ້າງແລັບນີ້ຂຶ້ນ ບໍ່ແມ່ນຫ້ອງຮຽນທີ່ນັ່ງຟັງແລ້ວກັບບ້ານມືເປົ່າ ຜູ້ຮຽນເອົາວຽກຄ້າງແທ້ຂອງທຸລະກິດຕົວເອງເຂົ້າມາ ແລ້ວອອກໄປພ້ອມລະບົບທີ່ເຮັດວຽກແທນຕົວເອງຕັ້ງແຕ່ມື້ທຳອິດ ແລະ ທຸກຢ່າງທີ່ເຮົາພາລົງມືເຮັດ ຄືຂອງທີ່ເຮົາໃຊ້ແທ້ໃນບໍລິສັດຂອງເຮົາເອງທຸກມື້

ເປົ້າໝາຍຂອງເຮົາໃຫຍ່ກວ່າຫຼັກສູດ
ມື້ນີ້ທຸລະກິດນ້ອຍໃນລາວ 8 ໃນ 10 ໄປບໍ່ລອດ
ເຮົາຕັ້ງໃຈຢູ່ໃນຮຸ່ນທີ່ປ່ຽນຕົວເລກນັ້ນ ໃຫ້ເຫຼືອ 3 ໃນ 10

ລາວອາດເລີ່ມຊ້າກວ່າໃຜໃນຫຼາຍເລື່ອງ ແຕ່ຍຸກ AI ຫາກໍເລີ່ມຕົ້ນ
ຄັ້ງນີ້ ເຮົາບໍ່ຈຳເປັນຕ້ອງຕາມຫຼັງໃຜ

PRINCIPLES

ຫຼັກ 3 ຂໍ້ຂອງແລັບ

1

Output-First

ທຸກຊ່ວງຮຽນຈົບດ້ວຍ "ຂອງ" ທີ່ຈັບຕ້ອງໄດ້ ບໍ່ແມ່ນຄວາມຮູ້ລອຍໆ ເອົາວຽກຄ້າງຂອງທ່ານມາເອງ ແລ້ວເຮັດໃຫ້ສຳເລັດໃນຫ້ອງ

2

ຄົນພາສ້າງ ຄືຄົນທີ່ໃຊ້ແທ້ທຸກມື້

ທີ່ປຶກສາບໍລິຫານທຸລະກິດແທ້ດ້ວຍລະບົບ AI ແບບດຽວກັບທີ່ພາລົງມືເຮັດ ທຸກເຕັກນິກຜ່ານສະໜາມແທ້ມາແລ້ວ ບໍ່ແມ່ນທິດສະດີຈາກສະໄລ້

3

ອອກແບບເພື່ອ SME ລາວ

ພາສາເຮົາ ບໍລິບົດເຮົາ ຂໍ້ຈຳກັດແທ້ຂອງເຮົາ ເປົ້າໝາຍໃຫຍ່ຂອງແລັບຄືຊ່ວຍໃຫ້ SME ລາວລອດ ແລະ ເຕີບໂຕດ້ວຍລະບົບ

FAQ

ຄຳຖາມກ່ອນຕັດສິນໃຈ

01ບໍ່ເຄີຍໃຊ້ AI ເລີຍ ຮຽນນຳທັນບໍ?+
ທັນແນ່ນອນ ຜູ້ຮຽນສ່ວນຫຼາຍຂອງເຮົາເລີ່ມຈາກສູນ ເຮົາອະທິບາຍເປັນພາສາຄົນ ບໍ່ມີໂຄ້ດ ແລະ ມີທີ່ປຶກສາຢູ່ຄຽງຂ້າງລະຫວ່າງລົງມື ງານວິໄຈລະດັບໂລກຍັງຊີ້ໄປໃນທິດດຽວກັນວ່າຄົນທີ່ຫາກໍເລີ່ມໄດ້ປະໂຫຍດຈາກ AI ຫຼາຍທີ່ສຸດ
02ຕ້ອງກຽມຫຍັງມາແດ່?+
ໂນດບຸກ 1 ໜ່ວຍ ກັບຂໍ້ມູນທຸລະກິດຂອງທ່ານເອງ (ລາຍການສິນຄ້າ ຍອດຂາຍໂດຍປະມານ ວຽກທີ່ຄ້າງ) ທີ່ເຫຼືອແລັບກຽມໃຫ້ໝົດ
03ຂໍ້ມູນທຸລະກິດຂອງທ່ານປອດໄພບໍ?+
ຂໍ້ມູນຂອງທ່ານຢູ່ໃນຄອມ ແລະ ບັນຊີຂອງທ່ານເອງທັງໝົດ ທີມງານບໍ່ເກັບ ບໍ່ເຫັນ ແລະ ບໍ່ຂໍສຳເນົາ ນີ້ຄືກົດເຫຼັກຂອງແລັບຕັ້ງແຕ່ມື້ທຳອິດ
04ຮຽນຈົບແລ້ວໃຊ້ຕໍ່ເອງໄດ້ແທ້ບໍ?+
ໄດ້ ເພາະລະບົບທັງໝົດຕິດຕັ້ງໃນຄອມຂອງທ່ານຕັ້ງແຕ່ຢູ່ໃນຫ້ອງຮຽນ ບໍ່ແມ່ນ Demo ຂອງທີ່ປຶກສາ ແລະ ທຸກຫຼັກສູດມີທີ່ປຶກສາຕິດຕາມຕໍ່ອີກ 30 ວັນ
05ທຸລະກິດນ້ອຍຫຼາຍ ຄຸ້ມບໍ?+
ຍິ່ງນ້ອຍຍິ່ງຄຸ້ມ ເພາະທ່ານຄືຄົນທີ່ເຮັດທຸກຕຳແໜ່ງເອງ ເວລາທີ່ AI ຊ່ວຍປະຢັດໄດ້ຈຶ່ງກັບຄືນຫາທ່ານເຕັມໆ
06ຮຽນເປັນພາສາຫຍັງ?+
ໃຊ້ພາສາລາວເປັນຫຼັກ ເອກະສານປະກອບມີທັງລາວ ແລະ ໄທ ບໍ່ຕ້ອງເກັ່ງອັງກິດກໍຮຽນໄດ້ເຕັມທີ່
FOUNDERS

ຜູ້ກໍ່ຕັ້ງແລັບ

ທັງສອງບໍລິຫານທຸລະກິດແທ້ໃນລາວທຸກມື້ ສິ່ງທີ່ພາສ້າງ ຄືສິ່ງທີ່ໃຊ້ເອງ

Phousany Khounphakdy

CO-FOUNDER

Phousany Khounphakdy

ສ້າງແບຣນ PUZANY ດ້ວຍມືຕົວເອງ ຜ່ານຊ່ວງທີ່ວຽກການຕະຫຼາດ ແລະ ວຽກຫຼັງຮ້ານກິນເວລາຊີວິດເກືອບໝົດ ຈຶ່ງເຂົ້າໃຈຄວາມເຈັບປວດຂອງຄົນເຮັດທຸລະກິດນ້ອຍ ເມື່ອຍຸກ AI ມາຮອດ ເຂົາໃຊ້ມັນປ່ຽນວິທີເຮັດວຽກຂອງຕົວເອງກ່ອນ ແລ້ວນຳສິ່ງທີ່ໄດ້ຜົນແທ້ມາແບ່ງປັນໃນຫ້ອງຮຽນ

Bousamai Boutthavong

CO-FOUNDER

Bousamai Boutthavong

ຜູ້ກໍ່ຕັ້ງ VARI ຜູ້ຜະລິດນ້ຳດື່ມໃນລາວ ເຄີຍຜ່ານຈຸດທີ່ທຸກເລື່ອງໃນບໍລິສັດລໍຖ້າຄຳຕອບຈາກເຈົ້າຂອງຄົນດຽວ ຊອກຫາທາງອອກມາຕະຫຼອດ ຈົນຮອດຍຸກ AI ທີ່ເຂົາໃຊ້ວາງລະບົບໃໝ່ທັງອົງກອນ ມື້ນີ້ບໍລິຫານຫຼາຍທຸລະກິດດ້ວຍລະບົບຊຸດດຽວກັບທີ່ພາສ້າງໃນແລັບ

Foundation · ຮຸ່ນທີ 5 · 15–16 ມັງກອນ 2027

ແລັບຂອງຜູ້ລົງມື

ສ້າງເພື່ອຜູ້ປະກອບການລາວທີ່ພ້ອມລົງມືແທ້